( ອີງຕາມແຫຼ່ງຂ່າວຈາກ website ຂອງກະຊວງການຕ່າງປະເທດແຫ່ງ ສປປ ລາວ, ໃນວັນທີ 02/09/2019 ), ໂດຍຕອບສະໜອງຕາມຄຳເຊີນຂອງ ພະນະທ່ານ ບຸນຍັງ ວໍລະຈິດ, ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ພະນະທ່ານ ມູນ ແຈ ອິນ, ປະທານາທິບໍດີ ແຫ່ງ ສາທາລະນະລັດ ເກົາຫຼີ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງ ຈະເດີນທາງມາຢ້ຽມຢາມລັດຖະກິດຢູ່ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃນລະຫວ່າງວັນທີ 5-6 ກັນຍາ 2019 ເພື່ອເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີ ລະຫວ່າງ ສປປ ລາວ ແລະ ສ. ເກົາຫຼີ ໃຫ້ນັບມື້ແໜ້ນແຟ້ນຍິ່ງຂຶ້ນ.
----------------------------------------------
ຊີວະປະຫວັດຫຍໍ້
ມູນ ແຈ ອິນ (Moon Jae-In)
ປະທານາທິບໍດີ ແຫ່ງ ສາທາລະນະລັດ ເກົາຫຼີ
* ປະຫວັດການສຶກສາ:
1980 ຈົບປະລິນຍາຕີ ສາຂາ ກົດໝາຍ, ມະຫາວິທະຍາໄລ ກຽງ ຮີ, ນະຄອນຫຼວງເຊອູນ, ສາທາລະນະລັດ ເກົາຫຼີ (ສ.ເກົາຫຼີ).
1971 ຈົບໂຮງຮຽນມັດທະຍົມຕອນປາຍ ກຽງນໍາ, ນະຄອນປູຊານ, ສ.ເກົາຫຼີ.
* ປະຫວັດການເຮັດວຽກ:
2017 ປະທານາທິບໍດີ ແຫ່ງ ສາທາລະນະລັດ ເກົາຫຼີ.
2015 ປະທານພັກປະຊາທິປະໄຕ.
2014 ສະມາຊິກຂອງຄະນະກໍາມະການຊົ່ວຄາວພັນທະມິດໃໝ່ດ້ານການເມືອງເພື່ອປະຊາທິປະໄຕ,
ປະທານຄະນະກໍາມະການພິເສດເພື່ອຄວບຄຸມໂຮງງານພະລັງງານນິວເຄລຍ.
2013 ທີ່ປຶກສາຜູ້ປະຈໍາການຂອງພັກຮ່ວມປະຊາທິປະໄຕ.
2012 ຜູ້ສະໝັກເລືອກຕັ້ງປະທານາທິບໍດີ ຄັ້ງທີ 18 ຈາກພັກຮ່ວມປະຊາທິປະໄຕ,
ສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງເມືອງຊາຊັງກູ, ນະຄອນປູຊານ ສະໄໝທີ 19 ຈາກນະຄອນປູຊານ.
2011 ຜູ້ປະຈຳການຂອງຄະນະກຳມະການຮ່ວມດ້ານນະວັດຕະກຳ ແລະ ການເຊື່ອມໂຍງ.
2010 ປະທານມູນນິທິ ໂນ ມູ ຮອນ.
2007 ຫົວໜ້າຫ້ອງວ່າການປະຈໍາທໍານຽບປະທານາທິບໍດີ (Blue House),
ປະທານຄະນະກໍາມະການສົ່ງເສີມ ກອງປະຊຸມສຸດຍອດ ສ.ເກົາຫຼີ-ສປປ ເກົາຫຼີ ຄັ້ງທີ 2.
2005 ເລຂາອາວຸໂສຂອງປະທານາທິບໍດີ ຮັບຜິດຊອບກິດຈະການພົນລະເຮືອນ.
2004 ເລຂາອາວຸໂສຂອງປະທານາທິບໍດີ ຮັບຜິດຊອບກິດຈະການພາກປະຊາສັງຄົມ.
2003 ເລຂາອາວຸໂສປະຈໍາປະທານາທິບໍດີ ຮັບຜິດຊອບກິດຈະການພົນລະເຮືອນ.
1982 ເປັນຜູ້ສ້າງຕັ້ງຫ້ອງການກົດໝາຍດ້ານສິດມະນຸດ ແລະ ສັງຄົມພົນລະເຮືອນ ຮ່ວມກັບ ທ່ານ ໂນມູຮອນ (ປະທານາທິບໍດີ ສ.ເກົາຫລີ ຄົນທີ 16)
* ຂໍ້ມູນສ່ວນຕົວ
ຊື່ ແລະ ນາມສະກຸນ: ມູນ ແຈ ອິນ
ວັນເດືອນປີເກີດ: ວັນທີ 24 ມັງກອນ 1953
ຄອບຄົວ: ແຕ່ງງານກັບ ທ່ານ ນາງ ຄິມ ຈອງ ສຸກ, ມີລູກ 2 ຄົນ (ຊາຍ 1 ຄົນ, ຍິງ 1 ຄົນ) ແລະ ຫຼານຊາຍ 2 ຄົນ.
ສາດສະໜາ: ກາໂຕລິກ.