( ອີງຕາມແຫຼ່ງຂ່າວຈາກ website ຂອງກະຊວງການຕ່າງປະເທດແຫ່ງ ສປປ ລາວ, ໃນວັນທີ 06/09/2019 ),ໂດຍຕອບສະໜອງຕາມຄຳເຊີນຂອງ ພະນະທ່ານ ບຸນຍັງ ວໍລະຈິດ, ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ພະນະທ່ານ ມູນ ແຈ ອິນ, ປະທານາທິບໍດີແຫ່ງ ສາທາລະນະລັດ ເກົາຫຼີ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງໄດ້ເດີນທາງມາຢ້ຽມຢາມລັດຖະກິດ ສາທາລະນະລັດປະຊາທິປະໄຕ ປະຊາຊົນລາວ, ໃນລະຫວ່າງວັນທີ 5-6 ກັນຍາ2019, ເພື່ອເສີມຂະຫຍາຍ, ຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມລະຫວ່າງ ສປປ ລາວ ແລະ ສ. ເກົາຫຼີ ຕະຫຼອດໄລຍະກວ່າສອງທົດສະວັດ ໃຫ້ແຕກດອກອອກຜົນຍິ່ງຂຶ້ນ ເພື່ອຜົນປະໂຫຍດ ແລະ ຄວາມສົມບູນພູນສຸກຂອງປະຊາຊົນສອງຊາດ ລາວ-ສ.ເກົາຫຼີ
ໃນຕອນບ່າຍຂອງວັນທີ 05 ກັນຍາ 2019, ທີ່ທຳນຽບປະທານປະເທດ ໄດ້ຈັດພິທີຕ້ອນຮັບພະນະທ່ານ ມູນ ແຈ ອິນ, ປະທານາທິບໍດີ ແຫ່ງ ສາທາລະນະລັດ ເກົາຫຼີ ຢ່າງເປັນທາງການ ແລະ ສົມກຽດໂດຍມີ ພະນະທ່ານ ບຸນຍັງ ວໍລະຈິດ, ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ບັນດາຜູ້ແທນຂັ້ນສູງຂອງລາວ ເຂົ້າຮ່ວມຢ່າງພ້ອມພຽງ.ພາຍຫຼັງສຳເລັດພິທີຕ້ອນຮັບຢ່າງເປັນທາງການ, ພະນະທ່ານປະທານປະເທດ ບຸນຍັງ ວໍລະຈິດ ພ້ອມດ້ວຍການນຳຂັ້ນສູງຂອງລາວ ໄດ້ດຳເນີນການພົບປະສອງຝ່າຍກັບ ພະນະທ່ານປະທານາທິບໍດີ ມູນ ແຈ ອິນ ແລະ ຄະນະຜູ້ແທນຂັ້ນສູງຂອງຝ່າຍ ສ.ເກົາຫຼີ,ໃນການພົບປະສອງຝ່າຍ ພະນະທ່ານປະທານປະເທດ ບຸນຍັງ ວໍລະຈິດ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງຕໍ່ ພະນະທ່ານປະທານາທິບໍດີ ມູນ ແຈ ອິນ ທີ່ໄດ້ນຳພາຄະນະຜູ້ແທນຂັ້ນສູງຂອງ ສ.ເກົາຫຼີ ເດີນທາງມາຢ້ຽມຢາມລັດຖະກິດ ສປປ ລາວ ໃນຄັ້ງນີ້, ຊຶ່ງເປັນການປະກອບສ່ວນອັນສຳຄັນ ເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມຂອງສອງປະເທດ ລາວ-ສ.ເກົາຫຼີ ໃຫ້ນັບມື້ແຕກດອກອອກຜົນຍິ່ງຂຶ້ນ,ສອງຝ່າຍໄດ້ຕີລາຄາສູງ ແລະ ທົບທວນຄືນການພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີ ພາຍຫຼັງທີ່ສອງປະເທດໄດ້ສ້າງຕັ້ງສາຍພົວພັນການທູດນຳກັນແຕ່ປີ 1995 ເປັນຕົ້ນມາ, ການພົວພັນຮ່ວມມືສອງຝ່າຍນັບມື້ໄດ້ຮັບການເສີມຂະຫຍາຍຢ່າງກວ້າງອອກ, ໄດ້ມີການແລກປ່ຽນການຢ້ຽມຢາມລະຫວ່າງການນຳຂັ້ນສູງຂອງສອງປະເທດຢ່າງເປັນປົກກະຕິ, ຊຶ່ງໃນປີ 2020 ທີ່ຈະມາເຖິງນີ້ ເປັນປີທີ່ມີຄວາມໝາຍສໍາຄັນ ໂດຍສອງຝ່າຍຈະໄດ້ຮ່ວມກັນສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສປປ ລາວ ແລະ ສ.ເກົາຫຼີ ຄົບຮອບ 25 ປີ.ສອງຝ່າຍໄດ້ສະແດງຄວາມຢືນຢັນທີ່ຈະສືບຕໍ່ເພີ່ມທະວີຮັດແໜ້ນສາຍພົວພັນມິດຕະພາບແລະ ການຮ່ວມມືອັນດີງາມ ລະຫວ່າງສອງປະເທດ ສປປ ລາວ-ສ.ເກົາຫຼີ ເພື່ອໃຫ້ມີບາດກ້າວອັນໃໝ່ໃນອະນາຄົດ, ສືບຕໍ່ຊຸກຍູ້ເສີມຂະຫຍາຍການຮ່ວມມືໃນຂະແໜງການຕ່າງໆເປັນຕົ້ນແມ່ນ ການແລກປ່ຽນການຢ້ຽມຢາມສອງຝ່າຍ, ການຮ່ວມມືດ້ານການເມືອງ, ການທູດ, ການຄ້າ-ການລົງທຶນ, ດ້ານກະສິກຳ, ດ້ານພະລັງງານ, ການພັດທະນາພື້ນຖານໂຄງລ່າງ, ດ້ານນະວັດຕະກຳ, ດ້ານການທ່ອງທ່ຽວ, ດ້ານສາທາລະນະສຸກ, ດ້ານແຮງງານ, ການພັດທະນາຊົນນະບົດ ກໍຄືການຮ່ວມມື ເພື່ອການພັດທະນາ ແລະ ອື່ນໆ. ປະຈຸບັນ ການລົງທຶນຂອງ ສ.ເກົາຫຼີ ໄດ້ຈັດຢູ່ໃນອັນດັບທີ 5 ຂອງການລົງທຶນຕ່າງປະເທດຢູ່ ສປປ ລາວ, ລວມມູນຄ່າ 750 ກວ່າລ້ານໂດລາສະຫະລັດ, ໃນນັ້ນ ໂຄງການໃຫຍ່ທີ່ພົ້ນເດັ່ນຄື: ໂຄງການເຂື່ອນໄຟຟ້າເຊປຽນ-ເຊນໍ້ານ້ອຍ, ໂຄງການປູກໄມ້ວິກ ແລະ ສ້າງຕັ້ງໂຮງງານປຸງແຕ່ງໄມ້ ແລະ ອື່ນໆ. ພ້ອມດຽວກັນນີ້, ສອງຝ່າຍ ຕ່າງກໍ່ໄດ້ແຈ້ງໃຫ້ກັນຊາບ ກ່ຽວກັບສະພາບການພັດທະນາເສດຖະກິດ-ສັງຄົມຂອງແຕ່ລະປະເທດ, ຊຶ່ງ ສ.ເກົາຫລີ ໄດ້ໃຊ້ເວລາໄລຍະ 50-60 ປີຜ່ານມາ ໃນການພັດທະນາ ໃຫ້ກາຍເປັນປະເທດທີ່ມີລາຍຮັບສູງ, ທັນສະໄໝ ແລະ ຈະເລີນຮຸ່ງເຮືອງ; ໃນຂະນະທີ່ ສປປ ລາວ ກຳລັງສູ້ຊົນ ເພື່ອລົບລ້າງຄວາມທຸກຍາກແລະ ບັນລຸເປົ້າໝາຍໃຫ້ຫຼຸດພົ້ນອອກຈາກສະຖານະພາບດ້ອຍພັດທະນາໃນອານາຄົດ.ນອກນັ້ນ, ຜູ້ນຳສອງຝ່າຍຍັງໄດ້ແລກປ່ຽນຄຳຄິດຄຳເຫັນຕໍ່ການຮ່ວມມືໃນຂອບພາກພື້ນ ແລະ ສາກົນ ໂດຍສະເພາະແມ່ນ ການຮ່ວມມືອາຊຽນ - ສ.ເກົາຫລີ ແລະ ການຮ່ວມມືແມ່ນໍ້າຂອງ-ສ.ເກົາຫລີ.
ໃນໂອກາດນີ້, ພະນະທ່ານ ປະທານປະເທດ ບຸນຍັງ ວໍລະຈິດ ໄດ້ສະແດງຄວາມຂອບໃຈຕໍ່ ລັດຖະບານ ແລະປະຊາຊົນ ສ.ເກົາຫລີ ທີ່ໃຫ້ການຊ່ວຍເຫລືອ ແລະ ສະໜັບສະໜູນ ສປປລາວ ໄລຍະຜ່ານມາ. ພິເສດ, ໃນໄລຍະທີ່ ສປປລາວ ໄດ້ປະສົບກັບໄພພິບັດທຳມະຊາດ ທີ່ແຂວງອັດຕະປືໃນປີ 2018,ໂດຍລັດຖະບານ ສ.ເກົາຫລີ ໄດ້ເອົາໃຈໃສ່ໃຫ້ການຊ່ວຍເຫລືອດ້ານມະນຸດສະທຳ, ວັດຖຸປັດໃຈ ແລະ ທີມແພດຕ່າງໆ ໃຫ້ແກ່ ສປປ ລາວ.
ໃນຂະນະດຽວກັນນີ້, ພະນະທ່ານ ປະທານາທິບໍດີ ມູນ ແຈ ອິນ ກໍ່ໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນຂອງ ລັດຖະບານ ແລະ ປະຊາຊົນລາວ ໃຫ້ແກ່ການເດີນທາງມາຢ້ຽມຢາມ ສປປ ລາວ ຂອງຕົນໃນຄັ້ງນີ້, ພ້ອມທັງ ສະແດງຄວາມຍິນດີສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງສອງປະເທດ ລາວ-ສ.ເກົາຫຼີ ໃຫ້ນັບມື້ໄດ້ຮັບການເສີມຂະຫຍາຍເຂົ້າສູ່ລວງເລີກ ເພື່ອນຳເອົາຜົນປະໂຫຍດສູງສຸດມາສູ່ປະຊາຊົນສອງຊາດ ສ.ເກົາຫຼີ-ລາວ.
ພາຍຫຼັງພົບປະສອງຝ່າຍ,ຜູ້ນໍາຂອງສອງປະເທດ ກໍ່ໄດ້ເຂົ້າຮ່ວມເປັນສັກຂີພິຍານໃນພິທີລົງນາມເອກະສານການຮ່ວມມື 4 ສະບັບໃນຂົງເຂດ ICT, ອຸດສາຫະກຳ ແລະ ການຄ້າ, ກະສິກຳ ແລະ ການພັດທະນາເສດຖະກິດ.
ໃນຕອນບ່າຍຂອງວັນດຽວກັນ, ພະນະທ່ານ ມູນ ແຈ ອິນ ພ້ອມດ້ວຍຄະນະ ກໍ່ໄດ້ພົບປະສອງຝ່າຍກັບ ພະນະທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ. ສອງຝ່າຍ ໄດ້ມີການປຶກສາຫາລືໂດຍໄດ້ລົງເລິກໃນຂະແໜງການຮ່ວມມືສອງຝ່າຍຮອບດ້ານ ໃນໄລຍະ 2 ທົດສະວັດທີ່ຜ່ານມາ ແລະ ສືບຕໍ່ປຶກສາຫາລືກ່ຽວກັບ ການຮ່ວມມືໃນຕໍ່ໜ້າເປັນຕົ້ນແມ່ນ ບັນດາໂຄງການຮ່ວມມືເພື່ອການພັດທະນາ: ການຮ່ວມມືທາງດ້ານການພັດທະນາຊົນນະບົດ, ການແພດ,ເຕັກໂນໂລຊີ, ພະລັງງານ,ການກໍ່ສ້າງພື້ນຖານໂຄງລ່າງ, ສືບຕໍ່ໂຄງການປ້ອງກັນຕະຝັ່ງເຈື່ອນ ແລະ ພັດທະນາແຄມຂອງ, ການບໍລິຫານນໍ້າ ແລະອື່ນໆ. ສອງຝ່າຍເຫັນດີສືບຕໍ່ເພີ່ມທະວີແລກປ່ຽນການຢ້ຽມຢາມຂອງການນໍາຂັ້ນສູງຂອງສອງປະເທດ, ຊຸກຍູ້ ແລະ ອໍານວຍຄວາມສະດວກໃຫ້ແກ່ການໄປມາຫາສູ່ກັນລະຫວ່າງປະຊາຊົນສອງຊາດລາວ- ສ.ເກົາຫຼີໃຫ້ຫລາຍຂຶ້ນ. ນອກຈາກນີ້, ສອງຝ່າຍຍັງໄດ້ແລກປ່ຽນຄຳຄິດຄຳເຫັນຕໍ່ບັນຫາໃນພາກພື້ນ ແລະ ສາກົນ ທີ່ສອງຝ່າຍມີຄວາມສົນໃຈຮ່ວມກັນ.
ນອກຈາກເຄື່ອນໄຫວພົບປະກັບການນໍາຂັ້ນສູງຂອງ ສປປ ລາວແລ້ວ, ພະນະທ່ານປະທານາທິບໍດີ ມູນ ແຈ ອິນ ພ້ອມດ້ວຍຄະນະ ຍັງໄດ້ເຂົ້າຮ່ວມພິທີວາງພວງມະລາທີ່ອານຸສາວະລີນັກຮົບນິລະນາມ ແລະ ປູກຕົ້ນໄມ້ຮ່ວມກັບ ພະນະທ່ານປະທານປະເທດ ບຸນຍັງ ວໍລະຈິດ ທີ່ໂຄງການປ້ອງກັນຕາຝັ່ງເຈື່ອນ ແລະ ພັດທະນາແຄມຂອງ ເພື່ອເປັນທີ່ລະນຶກແກ່ຄົນລຸ້ນຫລັງໄດ້ຈາລຶກ, ເຊິ່ງທັງໝົດນັ້ນ ໄດ້ສະແດງໃຫ້ເຫັນເຖິງສາຍພົວພັນແຫ່ງໄມຕີຈິດມິດຕະພາບອັນສະໜິດສະໜົມຂອງການນຳສອງປະເທດກໍ່ຄືປະຊາຊົນສອງຊາດລາວ ແລະ ສ.ເກົາຫລີ.
ການເດີນທາງມາຢ້ຽມຢາມທາງລັດຖະກິດ ຂອງພະນະທ່ານ ມູນ ແຈ ອິນ, ປະທານາທິບໍດີ ສ.ເກົາຫຼີ ໃນຄັ້ງນີີ້ໄດ້ຖືກຮັບຕ້ອນຢ່າງສົມກຽດ, ມີກ້ອນມວນຊົນທັງ ຊາວລາວ ແລະເກົາຫລີ ທີ່ດໍາລົງຊີວິດຢູ່ນະຄອນຫລວງວຽງຈັນໄດ້ເຂົ້າມາໃຫ້ການຕ້ອນຮັບເປັນຈຳນວນຫລວງຫລາຍ. ການຢ້ຽມຢາມໄດ້ດຳເນີນໄປດ້ວຍບັນຍາກາດອັນອົບອຸ່ນ,ເຕັມໄປດ້ວຍໄມຕີຈິດ-ມິດຕະພາບ, ໂດຍສອງຝ່າຍ ໄດ້ຮ່ວມກັນປຶກສາຫາລືແລກປ່ຽນຄຳຄິດຄຳເຫັນຢ່າງຈິງໃຈ ແລະ ກົງໄປກົງມາໃນບັນຫາທີ່ປິ່ນອ້ອມການພົວພັນຮ່ວມມືລະຫວ່າງສອງປະເທດ ດ້ວຍຜົນສໍາເລັດຢ່າງຈົບງາມ.